ລູກປືນ ແລະ ລະເບີດເປັນວັດຖຸທີ່ອັນຕະລາຍໂດຍທຳມະຊາດ. ນະໂຍບາຍ ແລະ ກິດຈະກຳໃນການເກັບຮັກສາ ແລະ ການຈັດການກັບລູກປືນ ແລະ ລະເບີດ ຄວນຖືກຄວບຄຸມໂດຍລະບົບການບໍລິຫານຄວາມສ່ຽງທີ່ເຂັ້ມແຂງ, ມີປະສິດທິພາບ ແລະ ມີການປະສົມປະສານກັນ. ລະບົບການບໍລິຫານຄວາມສ່ຽງຄວນກວດສອບອົງກອນ, ນະໂຍບາຍ, ວິທີການ ແລະ ຂະບວນການ ເພື່ອປະເມີນ ແລະ ໃຫ້ການບໍລິຫານຄັງລູກປືນທຳມະດາທີ່ປອດໄພ ແລະ ໝັ້ນຄົງ.
ອັນຕະລາຍສອງຢ່າງ ທີ່ກ່ຽວຂ້ອງກັບຄັງລູກປືນຄື:
a. ການລະເບີດໂດຍອຸປະຕິເຫດ
b. ຄວາມບ່ຽງເບນ
IATG ປະຕິບັດຕາມຫຼັກການໃນ ISO 31000. ບົດຮຽນແຍກຂອງ IATG ເຮັດວຽກເພື່ອກໍ່ໃຫ້ເກີດລະບົບການບໍລິຫານຄວາມສ່ຽງທີ່ມີການປະສົມປະສານກັນ. ສິ່ງນີ້ໝາຍຄວາມວ່າ ໂດຍການປະຕິບັດຕາມຄູ່ມື, ອົງກອນບໍລິຫານຄັງລູກປືນກໍ່ໄດ້ຈັດຕັ້ງປະຕິບັດລະບົບບໍລິຫານຄວາມສ່ຽງໂດຍພື້ນຖານແລ້ວ. ເຖິງຢ່າງໃດກໍ່ຕາມ, ລະບົບການບໍລິຫານຄວາມສ່ຽງຄວນຖືກຈັດຕັ້ງປະຕິບັດຢ່າງເປັນທາງການ ເພື່ອທີ່ຈະມີປະສິດທິພາບຢ່າງສົມບູນ.
ລັດຄວນເຫັນວ່າການບໍລິຫານຄວາມສ່ຽງເປັນກິດຈະກຳພື້ນຖານໃນການສະໜັບສະໜູນການບໍລິຫານຄັງລູກປືນທຳມະດາຢ່າງປອດໄພ, ໝັ້ນຄົງ ແລະ ມີປະສິດທິພາບ. ການຕັດສິນໃຈຄວນຖືກອີງໃສ່ຄວາມເປັນໄປໄດ້ທີ່ຈະເກີດເຫດການ ພ້ອມທັງຜົນຕາມມາຂອງເຫດການດັ່ງກ່າວ.
ປາກົດການທາງກາຍະພາບຂອງການລະເບີດ, ການຈຸດປະກາຍ ແລະ ການປ່ອຍລັງສີຄວາມຮ້ອນທີ່ເກີດຂຶ້ນຈາກການລະເບີດແມ່ນເປັນທີ່ເຂົ້າໃຈເປັນຢ່າງດີ, ພ້ອມທັງກົນໄກທີ່ເຮັດໃຫ້ເກີດການເສຍຊີວິດ, ການບາດເຈັບ ແລະ ຄວາມເສຍຫາຍ ໂດຍເປັນຜົນມາຈາກປາກົດການເຫຼົ່ານີ້.
ປາກົດການລະເບີດ ແລະ ເຕັກນິກ ແລະ ແບບຈຳລອງການຄາດຄະເນຜົນຕາມມາໄດ້ຖືກພັດທະນາໂດຍລັດ ແລະ ອົງກອນຈຳນວນໜຶ່ງ ເພື່ອສະໜັບສະໜູນການປະເມີນຄວາມສ່ຽງ. ບາງແຫ່ງກໍ່ໃຫ້ການບົ່ງບອກໂດຍປະມານກ່ຽວກັບການເສຍຊີວິດ ແລະ ຄວາມເສຍຫາຍ, ໃນຂະນະທີ່ແຫ່ງອື່ນໆກໍ່ຈະໃຫ້ການຄາດຄະເນທີ່ແນ່ນອນກ່ຽວກັບປາກົດການລະເບີດ. ຫຼາຍຄັ້ງ, ການປະເມີນຄວາມສ່ຽງຈະປະກອບມີການປະສົມປະສານວິທີການ ແລະ ເຄື່ອງມືການປະເມີນແບບຄຸນນະພາບ ແລະ ປະລິມານ, ໂດຍອີງໃສ່ຂໍ້ມູນທີ່ມີຢູ່ ແລະ ເຕັກນິກ ແລະ ແບບຈຳລອງທີ່ຖືກນໍາໃຊ້.
ການບໍລິຫານຄັງລູກປືນຢ່າງມີປະສິດທິພາບແມ່ນຖືກບັນລຸ ໂດຍການຫຼຸດຄວາມສ່ຽງໃຫ້ຢູ່ໃນລະດັບທີ່ສາມາດຍອມຮັບໄດ້, ເຊິ່ງຖືກກຳນົດໄວ້ໃນ IATG 02.10 ບົດນໍາສຳລັບຫຼັກການ ແລະ ຂະບວນການບໍລິຫານຄວາມສ່ຽງ ວ່າເປັນຄວາມສ່ຽງທີ່ສາມາດທົນຮັບໄດ້. ບໍ່ມີຄວາມປອດໄພ/ຄວາມໝັ້ນທີ່ແນ່ນອນ; ຄວາມສ່ຽງບາງຢ່າງຍັງຄົງຢູ່ ແລະ ນີ້ຄືຄວາມສ່ຽງທີ່ຫຼົງເຫຼືອ. ສິ່ງນີ້ຖືກບັນລຸໂດຍການດຳເນີນການປະເມີນຄວາມສ່ຽງ (ລະບຸ, ວິເຄາະ ແລະ ປະເມີນຄ່າຄວາມສ່ຽງ), ແລ້ວມາດຕະການທີ່ເໝາະສົມ (ຫຼື ການຄວບຄຸມຄວາມສ່ຽງ) ຕ້ອງຖືກນໍາໃຊ້.
ໃນກໍລະນີຂອງການບໍລິຫານຄັງລູກປືນ, ມີສອງວິທີການໃນການຄວບຄຸມຄວາມສ່ຽງ;
a. ການປ້ອງກັນ: ມາດຕະການທີ່ຖືກດຳເນີນການເພື່ອຢຸດເຫດການໜຶ່ງບໍ່ໃຫ້ເກີດຂຶ້ນ.
b. ການບັນເທົາ: ມາດຕະການທີ່ຖືກດຳເນີນການເພື່ອຫຼຸດຜ່ອນຜົນກະທົບ ຖ້າເຫດການໜຶ່ງເກີດຂຶ້ນ.
ການນໍາໃຊ້ຫຼັກການໃນ ISO 31000 ແລະ ການຊີ້ນໍາໃນ IATG ຈະເຮັດໃຫ້ອົງກອນສາມາດດຳເນີນການປະເມີນຄວາມສ່ຽງຢ່າງເໝາະສົມ, ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການຄວບຄຸມຄວາມສ່ຽງເປັນອັນດັບຕໍ່ມາ. ໂດຍເປັນສ່ວນໜຶ່ງຂອງລະບົບການບໍລິຫານຄວາມສ່ຽງ, ສິ່ງນີ້ຈະຊ່ວຍປ້ອງກັນບໍ່ໃຫ້ເຫດການເກີດຂຶ້ນ ແລະ ບັນເທົາຜົນຕາມມາ ຖ້າພວກມັນເກີດຂຶ້ນ.
ລູກປຶນ ແລະ ລະເບີດເປັນວັດຖຸທີ່ອັນຕະລາຍໂດຍທຳມະຊາດ. ນະໂຍບາຍ ແລະ ກິດຈະກຳໃນການເກັບຮັກສາ ແລະ ການຈັດການກັບລູກປືນ ແລະ ລະເບີດ ຄວນຖືກຄວບຄຸມໂດຍລະບົບການບໍລິຫານຄວາມສ່ຽງທີ່ເຂັ້ມແຂງ.
ການບໍລິຫານຄວາມສ່ຽງຄືກິດຈະກຳພື້ນຖານທີ່ສົ່ງເສີມການບໍລິຫານຄັງລູກປືນຢ່າງມີປະສິດທິພາບ. ການຕັດສິນໃຈຄວນອີງໃສ່ຄວາມເປັນໄປໄດ້ທີ່ຈະເກີດເຫດການ ແລະ ຜົນຕາມມາຂອງເຫດການດັ່ງກ່າວ.
ການບໍລິຫານຄັງລູກປືນຢ່າງມີປະສິດທິພາບແມ່ນຖືກບັນລຸໂດຍການຫຼຸດຜ່ອນຄວາມສ່ຽງໃຫ້ຢູ່ໃນລະດັບທີ່ຍອມຮັບໄດ້, ເຊິ່ງຖືກກຳນົດໄວ້ໃນ IATG 02.10 ບົດນໍາສຳລັບຫຼັກການ ແລະ ຂະບວນການບໍລິຫານຄວາມສ່ຽງວ່າເປັນ ‘ຄວາມສ່ຽງທີ່ທົນຮັບໄດ້’. ສິ່ງນີ້ຮຽກຮ້ອງໃຫ້ມີການປະເມີນຄວາມສ່ຽງທີ່ລະບຸ, ວິເຄາະ ແລະ ປະເມີນຄ່າຄວາມສ່ຽງ, ຕາມດ້ວຍການກຳນົດມາດຕະການ – ຫຼື ການຄວບຄຸມຄວາມສ່ຽງ – ເຊິ່ງຈຳເປັນຕ້ອງຖືກນໍາໃຊ້. ສຳລັບການບໍລິຫານຄັງລູກປືນ, ມີສອງວິທີການທົ່ວໄປສຳລັບສິ່ງນີ້:
ການປ້ອງກັນ: ມາດຕະການທີ່ຖືກດຳເນີນການເພື່ອຢຸດເຫດການໜຶ່ງບໍ່ໃຫ້ເກີດຂຶ້ນ.
ການບັນເທົາ: ມາດຕະການທີ່ຖືກດຳເນີນການເພື່ອຫຼຸດຜ່ອນຜົນກະທົບ ຖ້າເຫດການໜຶ່ງເກີດຂຶ້ນ.
ການນໍາໃຊ້ຫຼັກການໃນ ISO 31000 ແລະ ການຊີ້ນໍາໃນ IATG ຈະເຮັດໃຫ້ອົງກອນສາມາດດຳເນີນການປະເມີນຄວາມສ່ຽງຢ່າງເໝາະສົມ ແລະ ເຫັນດີໃນການຄວບຄຸມຄວາມສ່ຽງ. ໂດຍເປັນສ່ວນໜຶ່ງຂອງລະບົບການບໍລິຫານຄວາມສ່ຽງ, ສິ່ງນີ້ຈະຊ່ວຍປ້ອງກັນບໍ່ໃຫ້ເຫດການເກີດຂຶ້ນ ແລະ ບັນເທົາຜົນຕາມມາ ຖ້າພວກມັນເກີດຂຶ້ນ.