Skip to content

ການຄຸ້ມຄອງຄວາມສ່ຽງແມ່ນຫຍັງ?

ການບໍລິຫານຄວາມສ່ຽງແມ່ນຂະບວນການຫຼຸດຜ່ອນ ຫຼື ບັນເທົາຄວາມສ່ຽງທີ່ເປັນຜົນທາງລົບ ແລະ ໃຊ້ປະໂຫຍດຈາກໂອກາດທີ່ດີ. ມັນເລີ່ມຕົ້ນດ້ວຍການລະບຸ ແລະ ການປະເມີນຄ່າຄວາມສ່ຽງ, ຕາມດ້ວຍການນໍາໃຊ້ຊັບພະຍາກອນໃຫ້ດີີທີ່ສຸດເພື່ອຕິດຕາມ ແລະ ຫຼຸດຜ່ອນຄວາມສ່ຽງ.

ໂດຍທົ່ວໄປແລ້ວ, ຄວາມສ່ຽງເປັນຜົນມາຈາກຄວາມບໍ່ແນ່ນອນ. ໃນອົງກອນ, ຄວາມສ່ຽງແບບນີ້ສາມາດເກີດມາຈາກຄວາມບໍ່ແນ່ນອນໃນຕະຫຼາດສາກົນ (ອຸປະສົງ, ອຸປະທານ ແລະ ຕະຫຼາດຮຸ້ນ), ຄວາມລົ້ມເຫຼວຂອງໂຄງການ, ເຫດການ, ໄພພິບັດທາງທຳມະຊາດ, ການແຜ່ລະບາດທົ່ວໂລກ ເຊັ່ນ: ໂຄວິດ-19 ແລະ ອື່ນໆ. ມີເຄື່ອງມື ແລະ ວິທີການທີ່ແຕກຕ່າງກັນໃນການປະເມີນ ແລະ ການຄວບຄຸມຄວາມສ່ຽງ ໂດຍຂຶ້ນກັບວ່າລະບຸເຫັນຄວາມສ່ຽງປະເພດໃດ.

ໂດຍຫຼັກການແລ້ວ, ໃນການບໍລິຫານຄວາມສ່ຽງ, ຂະບວນການຈັດອັນດັບຄວາມສ່ຽງຖືກຈັດຕັ້ງປະຕິບັດ ເພື່ອລະບຸວ່າ ຄວາມສ່ຽງໃດທີ່ຖືກລະບຸວ່າກໍ່ໃຫ້ເກີດການສູນເສຍຫຼາຍທີ່ສຸດ ແລະ ໂອກາດຄວາມເປັນໄປໄດ້ທີ່ຈະເກີດຂຶ້ນສູງ ແມ່ນຈະຖືກຈັດການກ່ອນ.

ປັດໄຈສອງຢ່າງທີ່ຄວບຄຸມການດຳເນີນການທີ່ຈຳເປັນແມ່ນໂອກາດຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ ແລະ ຄວາມຮຸນແຮງ ຫຼື ຜົນກະທົບຂອງຄວາມສ່ຽງດັ່ງກ່າວ. ຕົວຢ່າງ: ໃນກໍລະນີທີ່ຜົນກະທົບມີໜ້ອຍ ແລະ ໂອກາດຄວາມເປັນໄປໄດ້ທີ່ຈະເກີດຂຶ້ນກໍ່ມີຕໍ່າ, ມັນເປັນໄປໄດ້ທີ່ຈະຍອມຮັບຄວາມສ່ຽງໂດຍບໍ່ມີການແຊກແຊງ. ສຳລັບເຫດການ ຫຼື ຄວາມສ່ຽງທີ່ມີຄວາມເປັນໄປໄດ້ສູງ ແລະ ຜົນກະທົບໃຫຍ່ຫຼວງກວ່າ, ຈຳເປັນຕ້ອງມີການບໍລິຫານທີ່ຄອບຄຸມກວ່າ.. ນີ້ແມ່ນວິທີການກຳນົດບູລິມະສິດທີ່ແນ່ນອນໃນການຮັບມື ແລະ ການຄວບຄຸມກັບຄວາມສ່ຽງ.

ການບໍລິຫານຄວາມສ່ຽງເປັນຂະບວນການທີ່ຕໍ່ເນື່ອງຢູ່ສະເໝີ, ເປັນຍຸດທະສາດທີ່ລ່ຽນໄຫຼ ແລະ ມີພະລັງທີ່ກວດພິຈາລະນາຄວາມສ່ຽງ ແລະ ລະບົບການບໍລິຫານຄວາມສ່ຽງ ແລະ ຖືກປະເມີນຄືນໃສ່ຜົນຕາມມາທີ່ຖືກຈັດຕັ້ງປະຕິບັດເຂົ້າໃນລະບົບການບໍລິຫານສຳລັບການປະເມີນ ແລະ ການກວດສອບເພີ່ມເຕີມ

ສອງຂົງເຂດທີ່ຕ້ອງຖືກຈັດການຫຼາຍທີ່ສຸດພາຍໃນການບໍລິຫານຄວາມສ່ຽງແມ່ນແຫຼ່ງທີ່ມາຂອງຄວາມສ່ຽງ ແລະ ບັນຫາ.

ແຫຼ່ງຄວາມສ່ຽງ

ແຫຼ່ງທີ່ມາສາມາດເປັນພາຍໃນ ຫຼື ພາຍນອກລະບົບ. ແຫຼ່ງພາຍນອກແມ່ນຢູ່ເໜືອການຄວບຄຸມ ໃນຂະນະທີ່ແຫຼ່ງພາຍໃນສາມາດຖືກຄວບຄຸມໄດ້ໃນຂອບເຂດໃດໜຶ່ງ.

ບັນຫາ

ບັນຫາໜຶ່ງໃນລະດັບພື້ນໆສາມາດກໍ່ໃຫ້ເກີດອຸປະຕິເຫດ ແລະ ການບາດເຈັບທີ່ໂຮງງານ, ອັກຄີໄພ ແລະ ອື່ນໆ.

ເມື່ອແຫຼ່ງທີ່ມາໃດໜຶ່ງ ຫຼື ທັງສອງແຫຼ່ງທີ່ຢູ່ຂ້າງເທິງເປັນທີ່ຮັບຮູ້ລ່ວງໜ້າ, ຂັ້ນຕອນໃດໜຶ່ງສາມາດຖືກດຳເນີນການເພື່ອຮັບມືກັບແຫຼ່ງທີ່ມາດັ່ງກ່າວ.

ຫຼັງຈາກທີ່ລະບຸຄວາມສ່ຽງ, ແລ້ວພວກມັນກໍ່ຕ້ອງຖືກປະເມີນຕາມສິ່ງທີ່ຈະກໍ່ໃຫ້ເກີດອັນຕະລາຍ. ໃນທີ່ນີ້, ພວກເຮົາມາເຖິງການຈັດອັນດັບຄວາມສ່ຽງ.

ໃນຄຳສັບທົ່ວໄປ, “ຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ × ຜົນກະທົບແມ່ນເທົ່າກັບຄວາມສ່ຽງ”

ສິ່ງນີ້ຕາມມາດ້ວຍການພັດທະນາແຜນການບໍລິຫານຄວາມສ່ຽງ ແລະ ການຈັດຕັ້ງປະຕິບັດແຜນດັ່ງກ່າວ. ມັນປະກອບມີການຄວບຄຸມຄວາມປອດໄພທີ່ມີປະສິດທິພາບ ແລະ ກົນໄກການຄວບຄຸມເພື່ອບັນເທົາຄວາມສ່ຽງ.

ຄວາມສ່ຽງທີ່ທ້າທາຍຍິ່ງຂຶ້ນຕໍ່ປະສິດທິພາບຂອງອົງກອນຄືຄວາມສ່ຽງທີ່ມີຢູ່ ແຕ່ບໍ່ສາມາດລະບຸໄດ້. ຕົວຢ່າງເຊັ່ນ: ຄວາມໄຮ້ປະສິດທິພາບຢ່າງຕໍ່ເນື່ອງໃນຂະບວນການຜະລິດໄດ້ສະສົມຕະຫຼອດຊ່ວງເວລາໃດໜຶ່ງ ແລະ ກາຍເປັນຄວາມສ່ຽງດ້ານການປະຕິບັດງານ.

ຫຼັກການ

ຫຼາກຫຼາຍອົງກອນໄດ້ວາງຫຼັກການສຳລັບການບໍລິຫານຄວາມສ່ຽງ. ມີຫຼັກການບໍລິຫານຄວາມສ່ຽງໂດຍ ອົງກອນມາດຕະຖານສາກົນ (International Standardisation Organisation : ISO) ແລະ ໂດຍຄູ່ມືອົງຄວາມຮູ້ການບໍລິຫານໂຄງການ (Project Management Body of Knowledge).

ມີ 8 ຫຼັກການທີ່ປະກອບເປັນ ISO31000 ແລະ ຄູ່ມືອົງຄວາມຮູ້ການບໍລິຫານໂຄງການ (Project Management Body of Knowledge : PMBOK) ໄດ້ວາງ 12 ຫຼັກການ.

ການປະສົມຫຼາກຫຼາຍຫຼັກການເຂົ້າກັນຄື:

ກະລຸນາຄລິກໃສ່ການເຊື່ອມຕໍ່ເພື່ອອ່ານເພີ່ມເຕີມກ່ຽວກັບແຕ່ລະຫຼັກການ.

ສະພາບການຈັດຕັ້ງ

ອ່ານ​ຕື່ມ

Organisational context

ທຸກອົງກອນໄດ້ຮັບຜົນກະທົບໃນລະດັບທີ່ແຕກຕ່າງກັນ ໂດຍຫຼາກຫຼາຍປັດໄຈໃນອົງກອນຂອງຕົນ (ການເມືອງ, ສັງຄົມ, ກົດໝາຍ ແລະ ເຕັກໂນໂລຊີ, ສັງຄົມກຸ່ມໃຫຍ່ ແລະ ອື່ນໆ). ຕົວຢ່າງເຊັ່ນ: ອົງກອນອາດມີພູມຄຸ້ມກັນຕໍ່ການປ່ຽນແປງດ້ານພາສີນໍາເຂົ້າ ໃນຂະນະທີີ່ອົງກອນຕ່າງໆທີ່ກຳລັງດຳເນີນງານໃນອຸດສາຫະກຳ ແລະ ສະພາບແວດລ້ອມດຽວກັນອາດມີຄວາມສ່ຽງທີ່ຮ້າຍແຮງ. ຍັງມີຄວາມແຕກຕ່າງທີ່ຊັດເຈນໃນຊ່ອງທາງການສື່ສານ, ວັດທະນະທຳພາຍໃນ ແລະ ລະບຽບການບໍລິຫານຄວາມສ່ຽງ. ສະນັ້ນ, ການບໍລິຫານຄວາມສ່ຽງຄວນທີ່ຈະສາມາດເພີ່ມຄຸນຄ່າ ແລະ ເປັນສ່ວນທີ່ສຳຄັນໃນຂະບວນການຂອງອົງກອນ.

ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ

ອ່ານ​ຕື່ມ

Involvement of stakeholders

ຂະບວນການບໍລິຫານຄວາມສ່ຽງຄວນກ່ຽວຂ້ອງກັບຜູ້ມີສ່ວນຮ່ວມໃນທຸກໆຂັ້ນຕອນຂອງການຕັດສິນໃຈ. ພວກເຂົາຄວນຮູ້ຈັກເຖິງການຕັດສິນໃຈທີ່ໜ້ອຍສຸດທີ່ດຳເນີນໄປ. ນອກຈາກນັ້ນ, ມັນກໍ່ເພື່ອຜົນປະໂຫຍດຂອງອົງກອນທີ່ຈະເຂົ້າໃຈເຖິງບົດບາດທີ່ຜູ້ມີສ່ວນຮ່ວມສາມາດດຳເນີນໃນແຕ່ລະຂັ້ນຕອນ.

ຈຸດປະສົງຂອງອົງການຈັດຕັ້ງ

ອ່ານ​ຕື່ມ

Organisational objectives

ເມື່ອກຳລັງຈັດການກັບຄວາມສ່ຽງ, ມັນສຳຄັນທີ່ຈະຈື່ຈຸດປະສົງຂອງອົງກອນໃຫ້ຂຶ້ນໃຈ. ຂະບວນການບໍລິຫານຄວາມສ່ຽງຄວນນໍາສະເໜີຄວາມບໍ່ແນ່ນອນຢ່າງຊັດເຈນ. ສິ່ງນີ້ຮຽກຮ້ອງໃຫ້ມີການມີຄວາມເປັນລະບົບ ແລະ ໂຄງສ້າງ ແລະ ການຈື່ພາບລວມໃຫ້ຂຶ້ນໃຈ.

ລາຍງານ

ອ່ານ​ຕື່ມ

Reporting

 

ໃນການບໍລິຫານຄວາມສ່ຽງ, ການສື່ສານເປັນກະແຈສຳຄັນ. ຄວາມຖືກຕ້ອງຂອງຂໍ້ມູນຈຳເປັນຕ້ອງຖືກຢືນຢັນ. ການຕັດສິນໃຈຄວນຖືກດຳເນີນການຕາມຂໍ້ມູນທີ່ມີໃຫ້ໆດີທີ່ສຸດ ແລະ ຄວນມີຄວາມໂປ່ງໃສ ແລະ ຄວາມຊັດເຈນກ່ຽວກັບການຕັດສິນໃຈດັ່ງກ່າວ.

ພາລະບົດບາດ ແລະ ຄວາມຮັບຜິດຊອບ

ອ່ານ​ຕື່ມ

Roles and responsibilities

ການບໍລິຫານຄວາມສ່ຽງຈຳເປັນຕ້ອງໂປ່ງໃສ ແລະ ຄອບຄຸມ. ມັນຄວນພິຈາລະນາເຖິງປັດໄຈມະນຸດ ແລະ ຮັບປະກັນວ່າແຕ່ລະຄົນຮູ້ຈັກບົດບາດຂອງຕົນໃນແຕ່ລະຂັ້ນຕອນຂອງຂະບວນການບໍລິຫານຄວາມສ່ຽງ.

ສະຫນັບສະຫນູນໂຄງສ້າງ

ອ່ານ​ຕື່ມ

Support structure

ໂຄງສ້າງສະໜັບສະໜູນເນັ້ນຢໍ້າຄວາມສຳຄັນຂອງທີມງານບໍລິຫານຄວາມສ່ຽງ. ສະມາຊິກທີມຈຳເປັນຕ້ອງມີຫ້າວຫັນ, ດຸໝັ່ນ ແລະ ຕອບສະໜອງຕໍ່ການປ່ຽນແປງ. ສະມາຊິກທຸກໆຄົນຄວນເຂົ້າໃຈການແຊກແຊງຂອງຕົນໃນແຕ່ລະຂັ້ນຕອນຂອງວົງຈອນການບໍລິຫານໂຄງການ.

ຕົວຊີ້ວັດການເຕືອນໄພກ່ອນໄວອັນຄວນ

ອ່ານ​ຕື່ມ

Early warnings indicators

 

ຕິດຕາມສັນຍານຂອງຄວາມສ່ຽງໃນເບື້ອງຕົ້ນກ່ອນທີ່ຈະກາຍເປັນບັນຫາຕົວຈິງ. ສິ່ງນີ້ແມ່ນຖືກບັນລຸຜ່ານການສື່ສານຢ່າງຕໍ່ເນື່ອງໂດຍທຸກໆຄົນໃນແຕ່ລະໆດັບ. ມັນຍັງສຳຄັນທີ່ເຮັດ ແລະ ສົ່ງເສີມໃຫ້ແຕ່ລະຄົນສາມາດຈັດການກັບໄພອັນຕະລາຍໃນລະດັບຂອງຕົນ.

ຮອບວຽນທົບທວນ

ອ່ານ​ຕື່ມ

Review cycle

ສືບຕໍ່ປະເມີນຂໍ້ມູນໃນແຕ່ລະຂັ້ນຕອນຂອງຂະບວນການບໍລິຫານຄວາມສ່ຽງ - ລະບຸ, ປະເມີນ, ຕອບໂຕ້ ແລະ ກວດພິຈາລະນາ. ການສັງເກດແມ່ນແຕກຕ່າງກັນຢ່າງຊັດເຈນໃນແຕ່ລະວົງຈອນ. ລະບຸການແຊກແຊງທີ່ສົມເຫດສົມຜົນ ແລະ ນໍາອອກການແຊກແຊງທີ່ບໍ່ຈຳເປັນ.

ວັດທະນະທໍາສະຫນັບສະຫນູນ

ອ່ານ​ຕື່ມ

Supportive culture

ລະດົມຄວາມຄິດ ແລະ ເຮັດໃຫ້ສາມາດມີວັດທະນະທຳການຕັ້ງຄຳຖາມ ແລະ ການສົນທະນາ. ສິ່ງນີ້ຈະຜັກດັນໃຫ້ຄົນປະກອບສ່ວນຫຼາຍຄົນ.

ການປັບປຸງຢ່າງຕໍ່ເນື່ອງ

ອ່ານ​ຕື່ມ

Continual improvement

 

ໃຫ້ມີຄວາມສາມາດໃນການປັບປຸງ ແລະ ເພີ່ມປະສິດທິພາບແກ່ຍຸດທະສາດ ແລະ ນະໂຍບາຍການບໍລິຫານຄວາມສ່ຽງຂອງທ່ານ. ໃຫ້ໃຊ້ການຮຽນຮູ້ ແລະ ຄວາມຮູ້ຂອງທ່ານ ເພື່ອເຂົ້າເຖິງວິທີການທີ່ທ່ານເບິ່ງ ແລະ ບໍລິຫານຄວາມສ່ຽງທີ່ມີຢູ່.

FAQs

ແລ້ວຄວາມສ່ຽງແມ່ນຫຍັງ? ທ່ານສາມາດຖາມຄົນຈຳນວນໜຶ່ງ ຫຼື ອົງກອນຕ່າງໆ ແລະ ໄດ້ຮັບຄຳຕອບທີ່ແຕກຕ່າງກັນ. ນິຍາມຫຼາຍຢ່າງຈະຂຶ້ນວ່າ ພວກມັນຖືກຂຽນຂຶ້ນໃນເມື່ອໃດ ໃນຂະນະຄວາມຄິດ ແລະ ແນວຄິດທີ່ຢູ່ເບື້ອງຫຼັງຄວາມສ່ຽງໄດ້ມີການປ່ຽນແປງໃນ 30 ປີທີ່ຜ່ານມາ, ແຕ່ໂດຍສ່ວນແລ້ວແມ່ນ 10 ປີທີ່່ຜ່ານມາ.

ເປັນຫຍັງ ແລະ ການຄຸ້ມຄອງຄວາມສ່ຽງແມ່ນຫຍັງ?

ທຸກອົງກອນ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ແມ່ນມີຄວາມອ່ອນໄຫວຕໍ່ຄວາມສ່ຽງ – ການປະຕິບັດງານ, ກົດໝາຍ, ສະພາບແວດລ້ອມ, ຊື່ສຽງ, ກາສິນຄ້າ, ໜີ້ສິນ, ການເງິນ ແລະ ຊື່ສຽງ.

ອົງກອນສ່ວນໃຫຍ່ກັງວົນກັບຄວາມສ່ຽງທີ່ອາດສົ່ງຜົນກະທົບຕໍ່ພວກເຂົາໃນທາງລົບ.

ການນໍາສະເໜີນີ້ຈະກວດສອບອົງປະກອບພື້ນຖານຂອງລະບົບການບໍລິຫານຄວາມສ່ຽງຂອງອົງກອນ, ເຊິ່ງລວມເຖິງຜົນປະໂຫຍດໃນການຈັດຕັ້ງປະຕິບັດການບໍລິຫານຄວາມສ່ຽງ, ການປະເມີນຄວາມສ່ຽງ, ການຈັດອັນດັບ ແລະ ການນໍາໃຊ້ຍຸດທະສາດການຕອບໂຕ້ການບໍລິຫານຄວາມສ່ຽງ.

 

ການບໍລິຫານຄວາມສ່ຽງຊ່ວຍໃຫ້ອົງກອນໜຶ່ງຊອກຫາວິທີການທີ່ມີວິໄນ ແລະ ມີລະບົບ ເພື່ອລະບຸ, ປະເມີນ, ວິເຄາະ, ຕິດຕາມ ແລະ ບັນເທົາຄວາມສ່ຽງທີ່ເປັນໄພຕໍ່ການບັນລຸຈຸດປະສົງທາງຍຸດທະສາດຂອງອົງກອນ.

ການບໍລິຫານຄວາມສ່ຽງແມ່ນຕັ້ງໃຈໃຫ້ເປັນຂະບວນການທີ່ລົງມືກ່ອນ ແລະ ບໍ່ແມ່ນຂະບວນການຕອບໂຕ້.

ສະຖານະການ ແລະ ເຫດການທີ່ແຕກຕ່າງກັນພາຍໃນອົງກອນໜຶ່ງ ສາມາດສົ່ງຜົນໃຫ້ເກີດຜົນຕາມມາທີ່ດີ ແລະ ບໍ່ດີພ້ອມໆກັນ. ແລ້ວແຕ່ລະສິ່ງເຫຼົ່ານີ້ອາດຈຳເປັນຕ້ອງມີຍຸດທະສາດການບໍລິຫານຄວາມສ່ຽງທີ່ແຕກຕ່າງກັນ.

ຜົນປະໂຫຍດຂອງການຄຸ້ມຄອງຄວາມສ່ຽງແມ່ນຫຍັງ?

ມີສີ່ຜົນປະໂຫຍດຫຼັກໃນການນໍາໃຊ້ລະບົບການບໍລິຫານຄວາມສ່ຽງພາຍໃນອົງກອນໜຶ່ງ.

ຢ່າງທຳອິດ, ລະບົບບໍລິຫານຄວາມສ່ຽງຍົກລະດັບໃຫ້ກັບລະບົບການບໍລິຫານທີ່ມີຢູ່, ທັງສະຖານະການໃນແຕ່ລະວັນ ແລະ ໃນໄລຍະຍາວ.

ຢ່າງທີສອງ, ລະບົບການບໍລິຫານຄວາມສ່ຽງສາມາດປັບປຸງປະສິດທິພາບຂອງການປະຕິບັດງານໃນແຕ່ລະມື້ພາຍໃນອົງກອນ. ພະນັກງານທີ່ຮູ້ ແລະ ເຂົ້າໃຈເຖິງລະບຽບການທີ່ຖືກຕ້ອງ ແລະ ນະໂຍບາຍພາຍໃນລະບົບການບໍລິຫານຄວາມສ່ຽງ ແມ່ນສາມາດສຳເລັດໜ້າວຽກຢ່າງປອດໄພຫຼາຍຂຶ້ນ ແລະ ຊ່ວຍໃນທຸກລັກສະນະຂອງລະບົບການບໍລິຫານ.

ຢ່າງທີສາມ, ການບໍລິຫານຄວາມສ່ຽງທີ່ດີປັບປຸງການບໍລິຫານທາງການເງິນ. ການສູນເສຍ, ການຮ້ອງຟ້ອງຄະດີ ແລະ ການບາດເຈັບລ້ວນແລ້ວແຕ່ເສຍເງິນ. ສະນັ້ນ ລະບົບການບໍລິຫານຄວາມສ່ຽງທີ່ປະສົບຄວາມສຳເລັດຊ່ວຍໃຫ້ອົງກອນຫຼີກເວັ້ນຈາກຄ່າໃຊ້ຈ່າຍເພີ່ມ ແລະ ບໍ່ເປັນທີ່ຕ້ອງການເຫຼົ່ານີ້.

ແລ້ວຢ່າງສຸດທ້າຍ, ລະບົບການບໍລິຫານຄວາມສ່ຽງຊ່ວຍໃຫ້ມີການໃຫ້ບໍລິຫານຢ່າງສະໝໍ່າສະເໝີ ແລະ ດີຂຶ້ນ. ທຸກຄັ້ງທີ່ເກີດມີການສູນເສຍ ຫຼື ເກີດຄວາມເສຍຫາຍຕໍ່ຊັບສິນ, ຈຳເປັນຕ້ອງມີການຂຽນລາຍງານ, ດຳເນີນການປົດອອກຈາກຕໍາແໜ່ງ ແລະ ອື່ນໆອີກ – ກິດຈະກຳທີ່ດຶງເວລາຈາກຄວາມສາມາດຂອງພະນັກງານໃນການໃຫ້ບໍລິການ.

ເຈົ້າຈັດການຄວາມສ່ຽງແນວໃດ?

ຖ້າອົງກອນໜຶ່ງມີ “ຜູ້ບໍລິຫານຄວາມສ່ຽງ” ທີ່ຖືກມອບໝາຍ, ຄົນດັ່ງກ່າວກໍ່ເປັນຊັບພະຍາກອນທີ່ມີຄຸນຄ່າ. ເຖິງຢ່າງໃດກໍ່ຕາມ, ອົງກອນສ່ວນໃຫຍ່ບໍ່ມີຜູ້ບໍລິຫານຄວາມສ່ຽງເຕັມເວລາ ຫຼື ແມ່ນແຕ່ບາງເວລາ, ສະນັ້ນ ມັນຈຶ່ງຕົກສູ່ທຸກຄົນໃນອົງກອນ, ໃນລັກສະນະໃດໜຶ່ງ, ທີ່ຈະກາຍມາເປັນຜູ້ບໍລິຫານຄວາມສ່ຽງ.

ໃນເຫດການໃດໜຶ່ງ, ໃນຂະນະທີ່ການບໍລິຫານລະດັບອາວຸໂສສາມາດຈັດຕັ້ງປະຕິບັດຍຸດທະສາດ ແລະ ນໍາພາລະບົບການບໍລິຫານຄວາມສ່ຽງທີ່ປະສົບຜົນສຳເລັດ, ການຈັດຕັ້ງປະຕິບັດລະບົບການບໍລິຫານຄວາມສ່ຽງຂອງອົງກອນຢ່າງແທ້ຈິງ ຄືຄວາມຮັບຜິດຊອບຂອງທຸກຝ່າຍທີ່ສຳຄັນ. ສິ່ງນີ້ປະກອບມີຜູ້ອຳນວຍຂອງການພະແນກ, ພະນັກງານ, ອາສາສະໝັກ ແລະ ເຈົ້າໜ້າທີ່ໆຖືກເລືອກ.

ເມື່ອກຳລັງປະເມີນຄວາມສ່ຽງ, ອົງກອນໜຶ່ງຄວນໃຫ້ຄວາມສຳຄັນກັບຄວາມສ່ຽງທີ່ພວກເຂົາມີລະດັບການຄວບຄຸມບາງຢ່າງ. ຕົວຢ່າງ: ຟ້າຝ່າ ແລະ ສາມາດທຳຮ້າຍຄົນໜຶ່ງທີ່ສວນສາທາລະນະ ແຕ່ທ່ານມີການຄວບຄຸມຫຍັງຕໍ່ເຫດການນີ້? ທ່ານບໍ່ມີການຄວບຄຸມເໜືອຟ້າຝ່າ, ແຕ່ທ່ານສາມາດຄວບຄຸມຄວາມເປັນໄປໄດ້ທີ່ຈະເກີດການບາດເຈັບ ໂດຍຕິດປ້າຍສັນຍານເພື່ອແຈ້ງໃຫ້ຄົນໄປຂ້າງໃນ ຖ້າພວກເຂົາໄດ້ຍິນສຽງຟ້າຮ້ອງ.

ຂະບວນການ

ມີຫຼາຍອົງກອນທີ່ກໍ່ໂຄງສ້າງຫຼັກການ ແລະ ຄູ່ມືສຳລັບຂະບວນການບໍລິຫານຄວາມສ່ຽງ. ຂັ້ນຕອນຕ່າງໆທີ່ກ່ຽວຂ້ອງຍັງເປັນຄືເກົ່າຢ່າງເໝາະສົມ. ມີຄວາມແຕກຕ່າງເລັກນ້ອຍທີ່ກ່ຽວຂ້ອງໃນຄວາມສ່ຽງປະເພດທີ່ແຕກຕ່າງກັນ.

ຕົວຢ່າງ: ຄວາມສ່ຽງທີ່ກ່ຽວຂ້ອງໃນການບໍລິຫານໂຄງການແມ່ນແຕກຕ່າງກັນ ເມື່ອປຽບທຽບໃສ່ຄວາມສ່ຽງທີ່່ກ່ຽວຂ້ອງໃນການເງິນ. ສິ່ງນີ້ກໍ່ໃຫ້ເກີດການປ່ຽນແປງໃດໜຶ່ງໃນຂະບວນການບໍລິຫານຄວາມສ່ຽງທັງໝົດ. ເຖິງຢ່າງໃດກໍ່ຕາມ, ມາດຕະຖານ ISO ໄດ້ວາງຂັ້ນຕອນທີ່ສະເພາະສຳລັບຂະບວນການດັ່ງກ່າວ ແລະ ມັນເກືອບໃຊ້ໄດ້ທົ່ວໄປສຳລັບຄວາມສ່ຽງທຸກປະເພດ. ຄູ່ມືດັ່ງກ່າວສາມາດໃຊ້ໄດ້ຕະຫຼອດອາຍຸການຂອງອົງກອນໃດໜຶ່ງ ແລະ ຫຼາກຫຼາຍກິດຈະກຳ, ເຊິ່ງລວມເຖິງຍຸດທະສາດ ແລະ ການຕັດສິນ, ການປະຕິບັດງານ, ຂະບວນການ, ການປະຕິບັດໜ້າທີ່, ໂຄງການ, ຜະລິດຕະພັນ, ການບໍລິການ ແລະ ຊັບສິນ.

ອີງຕາມ ISO 31000 (ການບໍລິຫານຄວາມສ່ຽງ - ຫຼັກການ ແລະ ຄູ່ມືສຳລັບການຈັດຕັ້ງປະຕິບັດ), ຂະບວນການບໍລິຫານຄວາມສ່ຽງປະກອບມີຂັ້ນຕອນ ແລະ ຂັ້ນຕອນຍ່ອຍດັ່ງຕໍ່ໄປນີ້ີ:

ການກຳນົດບໍລິບົດ

ການກຳນົດບໍລິບົດໝາຍເຖິງການລະບຸຄວາມສ່ຽງທັງໝົດທີ່ສາມາດເກີດຂຶ້ນໄດ້ ແລະ ມີການແຍກປະເພດທີ່ເປັນໄປໄດ້ທັງໝົດຢ່າງລະອຽດລະອໍ. ມີການສົນທະນາເຖິງຫຼາກຫຼາຍຍຸດທະສາດ ແລະ ມີການດຳເນີນການຕັດສິນໃຈ

ເພື່ອຮັບມືກັບຄວາມສ່ຽງ. ການສະຫຼາຍຕົວຂອງຫຼາກຫຼາຍກິດຈະກຳໃນຂັ້ນຕອນນີ້

ເປັນຄືດັ່ງລຸ່ມນີ້:

• ການລະບຸຄວາມສ່ຽງໃນຂົງເຂດໜຶ່ງທີ່ສະເພາະ

• ການວາງແຜນສຳລັບຂະບວນການບໍລິຫານທັງໝົດ

• ການວາດພາບເພື່ອສະແດງຄວາມສ່ຽງ, ການລະບຸຈຸດປະສົງ ຂອງຄວາມສ່ຽງ ແລະ ອື່ນໆ...

• ການກຳນົດໂຄງຮ່າງວຽກ

• ການອອກແບບການວິເຄາະຄວາມສ່ຽງທີ່ກ່ຽວຂ້ອງໃນແຕ່ລະຂັ້ນຕອນ

• ການຕັດສິນກ່ຽວກັບວິທີການແກ້ໄຂຄວາມສ່ຽງ

ການລະບຸ

ຫຼັງຈາກທີ່ໄດ້ກຳນົດບໍລິບົດຢ່າງສຳເລັດ, ຂັ້ນຕອນຖັດໄປຄືການລະບຸໄພອັນຕະລາຍ ຫຼື ຄວາມສ່ຽງທີ່ສາມາດເກີດຂຶ້ນໄດ້. ການລະບຸນີ້ສາມາດຢູ່ໃນແຫຼ່ງທີ່ມາ ຫຼື ລະດັບຂອງບັນຫາເອງ.

ການວິເຄາະແຫຼ່ງທີ່ມາໝາຍຄວາມວ່າ ແຫຼ່ງທີ່ມາຂອງຄວາມສ່ຽງດັ່ງກ່າວຖືກວິເຄາະ ແລະ ມາດຕະການບັນເທົາທີ່ເໝາະສົມຖືກນໍາໃຊ້. ແຫຼ່ງທີ່ມາຂອງຄວາມສ່ຽງນີ້ສາມາດຢູ່ພາຍໃນ ຫຼື ພາຍນອກລະບົບ. ຕົວຢ່າງຂອງແຫຼ່ງທີ່ມາຂອງຄວາມສ່ຽງສາມາດເປັນພະນັກງານຂອງບໍລິສັດ, ຄວາມໄຮ້ປະສິດທິພາບໃນການດຳເນີນງານໃນຂະບວນການໃດໜຶ່ງ ແລະ ອື່ນໆ.

ໃນອີກດ້ານໜຶ່ງ, ການວິເຄາະບັນຫາໝາຍເຖິງການວິເຄາະຜົນກະທົບຫຼາຍກວ່າສາເຫດຂອງຄວາມສ່ຽງ. ຕົວຢ່າງ: ການຫຼຸດລົງໃນການຜະລິດນໍາໄປສູ່ໄພອັນຕະລາຍໃນການສູນເສຍເງິນ.

ທາງເລືອກຂອງວິທີການມີຄວາມແຕກຕ່າງກັນໃນແຕ່ລະອຸດສາຫະກຳ, ວັດທະນະທຳຂອງອົງກອນ ແລະ ປັດໄຈອື່ນໆ.

ການປະເມີນ

ຫຼັງຈາກທີ່ໄດ້ລະບຸຄວາມສ່ຽງ, ແລ້ວພວກມັນກໍ່ຈະຖືກປະເມີນກ່ຽວກັບຄວາມເປັນໄປໄດ້ທີ່ພວກມັນຈະເກີດຂຶ້ນ ແລະ ຜົນກະທົບ. ຂະບວນການນີ້ສາມາດເປັນສິ່ງທີ່ງ່າຍ ໃນກໍລະນີທີ່ປະເມີນຄວາມສ່ຽງທີ່ມີຕົວຕົນ ແລະ ສາມາດເປັນສິ່ງທີ່ຫຍຸ້ງຍາກໃນການປະເມີນຄວາມສ່ຽງທີ່ບໍ່ມີຕົວຕົນ. ການປະເມີນນີ້ເປັນເກມການຄາດເດົາພໍສົມຄວນ

ແລະ ການຄາດເດົາທີ່ມີການສຶກສາຫຼາຍທີ່ສຸດຈະຕັດສິນຄວາມສຳເລັດຂອງແຜນການ.

ສາມາດນໍາໃຊ້ວິທີການດ້ານຄຸນນະພາບ ໂດຍອີງໃສ່ການຄາດເດົາທີ່ດີທີ່ສຸດກ່ຽວກັບຄວາມເປັນໄປໄດ້ ແລະ ຜົນຕາມມາໂດຍໃຊ້ຄວາມຮູ້ ແລະ ປະສົບການທ້ອງຖິ່ນ ຫຼື ວິທີການດ້ານປະລິມານ ໂດຍອີງໃສ່ການແຈກຢາຍໂອກາດຄວາມເປັນໄປໄດ້ ແລະ ການຄາດເດົາການສູນເສຍ.

ຊັບພະຍາກອນ

ເບິ່ງຊັບພະຍາກອນທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມສ່ຽງ

ເບິ່ງເພີ່ມເຕີມ

ທາງຜ່ານສຳລັບຄຳຖາມ

ຍ້ອນການບໍລິຫານຄວາມສ່ຽງສາມາດເປັນຂົງເຂດທີ່ຊັບຊ້ອນ, ບາງຄັ້ງຈຶ່ງບໍ່ພ້ອມມີຄຳຕອບສຳລັບທຸກສິ່ງ. ຕິດຕໍ່ພວກເຮົາ ໂດຍໃຊ້ທາງຜ່ານສຳລັບຄຳຖາມ ແລະ ພວກເຮົາຈະດຳເນີນການສຸດຄວາມສາມາດຂອງພວກເຮົາເພື່ອຊອກຫາຄຳຕອບ.

ທາງຜ່ານສຳລັບຄຳຖາມ