ຄວາມສ່ຽງດ້ານການບໍລິຫານຄືພື້ນຖານໃນທຸກລັກສະນະຂອງການດຳເນີນການເພື່ອຈັດການກັບລະເບີດ. ບໍ່ແມ່ນພຽງໃນວິທີການທີ່ເຫັນໄດ້ຢ່າງຊັດເຈນໃນການຮັກສາໃຫ້ພະນັກງານປອດໄພ ແລະ ການຮັບປະກັນວ່າດິນທີ່ປ່ອຍນັ້ນປອດໄພສຳລັບຜູ້ໃຊ້ຄົນສຸດທ້າຍ, ແຕ່ກ່ຽວຂ້ອງກັບທຸກການຕັດສິນໃຈທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດ ແລະ ພະນັກງານຄົນອື່ນໆດຳເນີນການ: ຈະສະໜັບສະໜູນໂຄງການ ແລະ ໂປຣແກຣມໃດ, ຈະຈ້າງຜູ້ໃດ, ຈະຝຶກອົບຮົມຄົນແນວໃດ, ຈະຊື້ອຸປະກອນຫຍັງ,ຈະຮັກສາຄວາມສຳພັນກັບຜູ້ມີສ່ວນຮ່ວມແນວໃດ, ຈະຈັດອັນດັບໜ້າວຽກໃດກ່ອນ ແລະ ຈະບໍລິຫານຄຸນນະພາບ ແລະ ລັກສະນະທາງສະພາບແວດລ້ອມຂອງການປະຕິບັດງານເພື່ອຈັດການກັບລະເບີດແນວໃດ. ຈຸດເລີ່ມຕົ້ນສຳລັບການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບຄືການຮູ້ຈັກເຖິງຄວາມສຳຄັນຂອງມັນ ແລະ ຄວາມກ່ຽວພັນຢ່າງສະໝໍ່າສະເໝີກັບທຸກສິ່ງທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດເຮັດໃນແຕ່ລະມື້.
In the ISO system
ໃນລະບົບຂອງ ISO, ຄວາມສ່ຽງຖືກນິຍາມວ່າເປັນ ‘ຜົນກະທົບຈາກຄວາມບໍ່ແນ່ນອນໃນຈຸດປະສົງ’ ເຊິ່ງບ່ອນໃດມີຄວາມບໍ່ແນ່ນອນ ບ່ອນນັ້ນກໍ່ມີຄວາມສ່ຽງ. ໃນທາງກົງກັນຂ້າມ, ບ່ອນໃດທີ່ມີຄວາມຮູ້ ບ່ອນນັ້ນກໍ່ມີຄວາມໝັ້ນໃຈ ແລະ ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງກໍ່ຖືກຫຼຸດຜ່ອນລົງ. ນິຍາມບົ່ງບອກເຖິງວິທີການທີ່ສຳຄັນໃນການຫຼຸດຜ່ອນຄວາມສ່ຽງ - ຜ່ານການເກັບກຳ, ການວິເຄາະ ແລະ ການແບ່ງປັນຂໍ້ມູນ. ການບໍລິຫານຂໍ້ມູນທີ່ດີແມ່ນພື້ນຖານສຳລັບການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບ.
ຫຼັກການ ແລະ ຂະບວນການທີ່ອະທິບາຍໄວ້ໃນ IMAS ນີ້ແມ່ນສາມາດໃຊ້ໄດ້ກັບສະຖານະການໃດໜຶ່ງທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດຕ້ອງຕັດສິນໃຈກ່ຽວກັບການບັນລຸຈຸດປະສົງ, ການບັນລຸຂໍ້ກຳນົດ, ການປ່ອຍດິນ ແລະ ການຮັກສາຄວາມເຊື່ອໝັ້ນຂອງຜູ້ມີສ່ວນຮ່ວມ. ໃນສະຖານະການບາງຢ່າງທີ່ສະເພາະ, ລັກສະນະຂອງການບໍລິຫານຄວາມສ່ຽງຖືກຄວບຄຸມໂດຍແຫຼ່ງທີ່ມາທີ່ຖືກບັນທຶກໄວ້ໃນປັດຈຸບັນ. ຈາກບັນດາລັກສະນະເຫຼົ່ານີ້, ລັກສະນະທີ່ໂດດເດັ່ນທີ່ສຸດກ່ຽວຂ້ອງກັບຂໍ້ກຳນົດຂອງສົນທິສັນຍາລະຫວ່າງປະເທດ – ສົນທິສັນຍາວ່າດ້ວຍການສັ່ງຫ້າມລະເບີດສັງຫານບຸກຄົນ (Anti-Personnel Mine Ban Treaty : APMBT), ອະນຸສັນຍາວ່າດ້ວຍອາວຸດພວງ (Convention on Cluster Munitions : CCM) ແລະ ລະບຽບການທີ 5 ຂອງອະນຸສັນຍານວ່າດ້ວຍອາວຸດທຳມະດາໃດໜຶ່ງ (Protocol V of the Convention on Certain Conventional Weapons : CCW). ຄຳຖາມກ່ຽວກັບຄວາມທົນຮັບຄວາມສ່ຽງທີ່ຄົງເຫຼືອແມ່ນຖືກນໍາສະເໜີໃນຂໍ້ຄວາມທີ່ກ່ຽວຂ້ອງໂດຍກົງ ແລະ ຈັດໃຫ້ມີພື້ນຖານທີ່ຊັດເຈນທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດຕ້ອງເຮັດວຽກ. ສົນທິສັນຍານກໍ່ໃຫ້ເກີດພາກສ່ວນຂອງສະພາບແວດລ້ອມອ້ອມຂ້າງທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດຕ້ອງພິຈາລະນາເຖິງ ເມື່ອກຳລັງສ້າງລະບົບບໍລິຫານຄວາມສ່ຽງທີ່ມີປະສິດທິພາບ.
ເຊັ່ນດຽວກັນກັບລະບົບການບໍລິຫານອື່ນໆເປັນສ່ວນໃຫຍ່, ການບໍລິຫານຄວາມສ່ຽງບໍ່ໄດ້ມີຄວາມຊັບຊ້ອນ ຫຼື ດຳເນີນການຢ່າງຫຍຸ້ງຍາກ (ເຖິງແມ່ນໃນອົງກອນທີ່ໃຫຍ່ຂຶ້ນ, ລະບົບການບໍລິຫານຄວາມສ່ຽງອາດແຜ່ຫຼາຍ ແລະ ຮຽກຮ້ອງໃຫ້ມີຄວາມສົນໃຈໃນລະດັບທີ່ສູງຕໍ່ການບໍລິຫານ). ມັນອາໄສການນໍາໃຊ້ຫຼັກການ ແລະ ຂະບວນການຢ່າງຊໍ້າໆ, ຢ່າງສະໝໍ່າສະເໝີ ແລະ ຢ່າງຄອບຄຸມ, ໃນທຸກລະດັບພາຍໃນອົງກອນໜຶ່ງ. ລັກສະນະອື່ນຂອງການບໍລິຫານພາຍໃນລະບົບ IMAS, ເຊິ່ງລວມເຖິງຄຸນນະພາບ, ຄວາມປອດໄພ, ອາຊີວະອະນາໄມ, ການບໍລິຫານສະພາບແວດລ້ອມ ແລະ ການບໍລິຫານຂໍ້ມູນ ລ້ວນແລ້ວແຕ່ນໍາສະເໜີເຖິງການນໍາໃຊ້ຫຼັກການ ແລະ ຂະບວນການບໍລິຫານຄວາມສ່ຽງໂດຍພື້ນຖານ. ບໍ່ວ່າຂົງເຂດຄວາມຮັບຜິດຊອບຂອງພວກເຂົາຈະເປັນຫຍັງກໍ່ຕາມ, ຜູ້ຈັດການທີ່ມີປະສິດທິພາບ ແລະ ມີປະສິດທິຜົນຈະຍັງເປັນຜູ້ບໍລິຫານຄວາມສ່ຽງທີ່ມີປະສິດທິພາບ ແລະ ມີປະສິດທິຜົນ.
ສະຖານະການ ແລະ ສະພາບການທີ່ເກີດຂຶ້ນທົ່ວໄປກຳນົດທັງຂອບເຂດ ແລະ ຄວາມໄວຂອງການຕອບໂຕ້ທີ່ລະບົບການບໍລິຫານຄວາມສ່ຽງໃດໜຶ່ງຕ້ອງສະແດງອອກ ຖ້າມັນຍັງມີປະສິດທິພາບ. ສະຖານະການທີ່ມີການປ່ຽນແປງຢ່າງໄວວາ (ເຊັ່ນ: ສະຖານະການທີ່ກ່ຽວຂ້ອງກັບສະຖານະການບາງຢ່າງທີ່ມີການປັບໃຊ້ອຸປະກອນຈຸດປະກາຍ [IED]) ຮຽກຮ້ອງໃຫ້ມີລະບົບການບໍລິຫານຄວາມສ່ຽງທີ່ສາມາດປັບປ່ຽນ, ປັບປຸງ ແລະ ວິວັດທະນາການຢ່າງໄວວາຫຼາຍ. ລະບົບອື່ນໆອາດຍັງພຽງພໍເປັນຊ່ວງເວລາທີ່ດົນກວ່າ ໂດຍບໍ່ຈຳເປັນຕ້ອງມີການປ່ຽນແປງທີ່ຈຳເປັນ. ໃນທຸກກໍລະນີ, ລະບົບການບໍລິຫານຄວາມສ່ຽງພຽງແຕ່ມີປະສິດທິພາບ ຖ້າມັນຖືກກວດພິຈາລະນາ ແລະ ປັບປຸງຢູ່ເລື້ອຍໆພໍສົມຄວນ ເພື່ອຮັບປະກັນວ່າມັນໄດ້ສະທ້ອນເຖິງການປ່ຽນແປງທີ່ໃຫຍ່ຫຼວງໃນສະຖານະການອ້ອມຂ້າງ ແລະ ເວລາທີ່ພວກມັນເກີດຂຶ້ນ.
ລະບົບ IMAS ຈັດໃຫ້ມີພື້ນຖານສຳລັບການພັດທະນາມາດຕະຖານການດຳເນີນການເພື່ອຈັດການກັບລະເບີດແຫ່ງຊາດ (NMAS), ແຕ່ພວກມັນອາດຖືກນໍາໃຊ້ໃຫ້ເປັນມາດຕະຖານດຽວຕາມຄວາມເໝາະສົມຂອງພວກມັນເອງ ແລະ ສະໜອງຂໍ້ມູນເພື່ອຊ່ວຍໃຫ້ອົງກອນການດຳເນີນການເພື່ອຈັດການກັບລະເບີດໄດ້ພັດທະນານະໂຍບາຍ, ຂະບວນການ ແລະ ລະບຽບການຂອງພວກເຂົາເອງ. ການຊີ້ນໍາທີ່ລະບຸໄວ້ໃນ IMAS 07.14 ການບໍລິຫານຄວາມສ່ຽງໃນການດຳເນີນການເພື່ອຈັດການກັບລະເບີດ ແມ່ນສາມາດນໍາໃຊ້ກັບອົງກອນການດຳເນີນການເພື່ອຈັດການກັບລະເບີດທັງໝົດ, ໃນທຸກລະດັບ.
ມາດຕະຖານນີ້ແນໃສ່ເພື່ອໃຫ້ການຊີ້ທີ່ຕ້ອງການເພື່ອລະບຸ ແລະ ບໍລິຫານຄວາມສ່ຽງທີ່ກ່ຽວຂ້ອງກັບວຽກງານ ແລະ ຄວາມຮັບຜິດຊອບຂອງພວກເຂົາໃຫ້ແກ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດໃນທຸກລະດັບ. ມັນສະຫຼຸບການຊີ້ນໍາທີ່ລະບຸໄວ້ໃນ ISO 31000: 2018 ການບໍລິການຄວາມສ່ຽງ, ໂດຍປັບປ່ຽນພວກມັນໃຫ້ສະທ້ອນເຖິງທຳມະຊາດຂອງຂະແໜງການດຳເນີນການເພື່ອຈັດການກັບລະເບີດ.
ມາດຕະຖານ IMAS 07.14 ການບໍລິຫານຄວາມສ່ຽງໃນການດຳເນີນການເພື່ອຈັດການກັບລະເບີດ ມຸ່ງໝັ້ນທີ່ຈະປູກຈິດສຳນຶກ ແລະ ເຮັດໃຫ້ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດປະກອບມີເຄື່ອງມືທີ່ພວກເຂົາຕ້ອງການ ເພື່ອລະບຸ, ປະເມີນ, ຄວບຄຸມ ແລະ ກວດພິຈາລະນາຄວາມສ່ຽງພາຍໃນຫຼາຍຂົງເຂດຄວາມຮັບຜິດຊອບຂອງພວກເຂົາ. ພາກຜະໜວກ B ທ້າຍມາດຕະຖານນີ້ ປະກອບມີການຊີ້ນໍາກ່ຽວກັບການນໍາໃຊ້ຫຼາກຫຼາຍເຄື່ອງມືການລະບຸ, ການປະເມີນ ແລະ ການວິເຄາະຄວາມສ່ຽງ ເຊິ່ງຈະຖືກອະທິບາຍໄວ້ເປັນລາຍລະອຽດ ໃນທີ່ນີ້.
ການບໍລິຫານຄວາມສ່ຽງຄືພື້ນຖານສຳລັບທຸກລັກສະນະຂອງການດຳເນີນການເພື່ອຈັດການກັບລະເບີດ. ບໍ່ແມ່ນພຽງໃນການຮັກສາໃຫ້ພະນັກງານປອດໄພ ແລະ ການຮັບປະກັນວ່າດິນທີ່ປ່ອຍນັ້ນປອດໄພສຳລັບຜູ້ໃຊ້ຄົນສຸດທ້າຍ, ແຕ່ສຳລັບທຸກການຕັດສິນໃຈທີ່ດຳເນີນການ.
ຈຸດເລີ່ມຕົ້ນສຳລັບການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບຄືການຮູ້ຈັກເຖິງຄວາມສຳຄັນຂອງມັນ ແລະ ຄວາມກ່ຽວພັນຢ່າງສະໝໍ່າສະເໝີກັບທຸກສິ່ງທີ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດເຮັດໃນແຕ່ລະມື້. ສິ່ງນີ້ປະກອບມີບັນຫາທີ່ປ່ຽນແປງຢ່າງໄວວາ, ເຊິ່ງເປັນບ່ອນທີ່ອົງກອນຈຳເປັນຕ້ອງຍືດຍຸ່ນ ແລະ ມີການຕອບໂຕ້.
ໃນທຸກກໍລະນີ, ລະບົບການບໍລິຫານຄວາມສ່ຽງພຽງແຕ່ມີປະສິດທິພາບ ຖ້າມັນຖືກກວດພິຈາລະນາ ແລະ ປັບປຸງຢູ່ເລື້ອຍໆພໍສົມຄວນ ເພື່ອຮັບປະກັນວ່າມັນໄດ້ສະທ້ອນເຖິງການປ່ຽນແປງ ແລະ ຄວາມທ້າທາຍທີ່ອົງກອນພົບພໍ້.
ລະບົບ IMAS ຈັດໃຫ້ມີພື້ນຖານສຳລັບການພັດທະນາມາດຕະຖານການດຳເນີນການເພື່ອຈັດການກັບລະເບີດແຫ່ງຊາດ. ມັນແນໃສ່ເພື່ອໃຫ້ການຊີ້ນໍາທີ່ຕ້ອງການເພື່ອລະບຸ ແລະ ບໍລິຫານຄວາມສ່ຽງທີ່ກ່ຽວຂ້ອງກັບວຽກງານ ແລະ ຄວາມຮັບຜິດຊອບຂອງພວກເຂົາໃຫ້ແກ່ຜູ້ຈັດການໆດຳເນີນການເພື່ອຈັດການກັບລະເບີດ. ມັນສະຫຼຸບການຊີ້ນໍາທີ່ລະບຸໄວ້ໃນ ISO 31000: 2018 ການບໍລິການຄວາມສ່ຽງ, ໂດຍປັບປ່ຽນພວກມັນໃຫ້ສະທ້ອນເຖິງທຳມະຊາດຂອງຂະແໜງການດຳເນີນການເພື່ອຈັດການກັບລະເບີດ.